ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮນ​ລັງ​ຈະ​ນຳ​ເຄື່ອງບິນ​ເຮລີ​ກົບ​ແຕ​ຮຸ້ນ AH-64D Apache ໄປ​ປັບປຸງ​​ສະມັດຕະພາບ


AH-64D Apache

     ທາງ​ການ​ຂອງ​ກອງທັບ​ອາກາດ​ໂຮນ​ລັງ​ລາຍງານ​ວ່າ: ​ເຄື່ອງ​ບິນເຮລີ​ກົບ​ແຕ​ສູ້​ຮົບ​ຮຸ້ນ AH-64D Apache AH-64D Apache
ຈຳນວນ​ 2 ​ລຳ​ສຸດ​ທ້າຍ​ຈາກ​ທັງ​ໝົດ 28 ລຳ​ຈະ​ຖືກ​ນຳໄປ​​ຍົກ​ລະດັບ​ຄວາມ​ສາມາດ​ໃຫ້​ເປັນ​ຮຸ້ນ AH-64E ຮຸ້ນ​ຫຼ້າ​ສຸດ​ທີ່​ມີ​ຄວາມ​ສາມາດ
​ທີ່​ຫຼາກ​ຫຼາຍ​ເຂົ້າ​ໃນ​ການ​ໃຊ້​ງານ, ເຊິ່ງປັບປຸງ​ໂດຍ​ໂຮງງານ Mesa ຂອງ​ບໍລິສັດ​ໂບ​ອິ້ງ ໃນນີ້, ໂຄງການ​ປັບປຸງ​ຄືນ​ເຮລີ​ກົບ​ແຕລວມທັງ​ໝົດ
ມູນ​ຄ່າ​ປະມານ 1,191 ຕື້​ໂດ​ລາ​ສະຫະລັດ ເງິນ​ຈຳນວນ​ດັ່ງກ່າວ​ນີ້​ໄດ້​ຖືກ​ຊຳລະ​ຮຽບ​ຮ້ອຍ​ແລ້ວ.

     ຕາມ​ແຜນການ​ລະບຸ​ວ່າ: ​ຈະ​ມີ​ການ​ປັບປຸງ​ດັ່ງນີ້: ໂດຍ​ຈະ​ມີ​ການ​ຕິດ​ຕັ້ງ​ລະບົບ​ກວດ​ຈັບ ແລະ ກຳນົດ​ເປົ້າ​ໝາຍ​ທີ່​ທັນ​ສະໄໝ​ຮຸ້ນ
AN/ASQ-170 MTADS , ລະບົບ​ກວດ​ຈັບ​ການ​ເບິ່ງ​ເຫັນ​ແບບ​ກາງຄືນ​ຂອງ​ນັກ​ບິນ​ຮຸ້ນນ AN/AAR-11 PNVS , ປ່ຽນ​ໄປ​ໃຊ້​ຈັກ
ໄອ​ພົ່ນ tuboshaft ຮຸ້ນ T700-GE-701D ໃໝ່​ຫຼ້າ​ ສຸດ, ຍັງ​ຈະ​ຕິດ​ຕັ້ງ​ໃບ​ພັດ​ຮຸ້ນ composite. ຕິດ​ຕັ້ງ​ລະບົບ​ຄວບ​ຄຸມ​ການ​ຍິງ​ຮຸ້ນ
AN/APG-78 Longbow  ພ້ອມ​ທັງ​ປັບ​ປ່ຽນ​ໂຄງ​ສ້າງ​ຂອງ​ເຮລີ​ກົບ​ແຕ່​ຈາກ​ຮຸ້ນ​ເກົ່າ AH-64D Apache ໄປ​ເປັນຮຸ້ນ AH-64E.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/01/2024